ປະຫວັດຄວາມເປັນມາປະເພນີບຸນ “ ເກິຣຫ ” ເຜົ່າກຶມໝຸ
ເຜົ່າກຶມໝຸ ແມ່ນຊົນເຜົ່າພື້ນເມືອງດັ້ງເດີມຂອງລາວ ທີ່ກຳເນີດເກີດຂຶ້ນ ແລະ ດຳລົງຊີວິດຢູ່ບົນຜືນແຜ່ນດິນແຫ່ງນີ້ມາໄດ້ຫລາຍພັນປີແລ້ວ. ມີຕົ້ນກຳເນີດມາຈາກ “ ຂອມ ” . ຄຳວ່າ “ ຂອມ ” ແມ່ນຊື່ລວມຂອງເຜົ່າ ທີ່ຢູ່ໃນໝວດພາສາເວົ້າ “ ມອນ -ຂະແມ ” ເຊັ່ນ: ເຜົ່າກຶມໝຸ, ເຜົ່າປະໂກະ, ເຜົ່າຕະໂອ້ຍ, ເຜົ່າກະຕູ, ເຜົ່າກະຕາງ ແລະ ເຜົ່າອື່ນໆ ເຊິ່ງເປັນໝວດພາສາທີ່ໃຫຍ່ອັນດັບສອງ ຮອງຈາກໝວດພາສາ “ ລາວ - ໄຕ ” ມີຈຳນວນພົນລະເມືອງ 1 ລ້ານກວ່າຄົນ ໃນນັ້ນເຜົ່າກຶມໝຸມີ 6 ແສນກວ່າຄົນ ສະຖິຕິປີ 2005 ແຕ່ຕົກມາຮອດປີ 2015 ປະຊາກອນກຶມມຸໃນລາວເພີ່ມຂື້ນ 1,6 ລ້ານຄົນ ປະຊາກອນກຶມມຸທົ່ວໂລກມີປະມານ 3 ລ້ານຄົນ. ຊົນເຜົ່າກຶມໝຸ ປະກອບມີຫລາຍແຊງ ຫລື ຫຼາຍຂະແໜງ ເຊັ່ນ: ກຶມໝຸ ຣອກ, ກຶມໝຸ ເຈືອງ, ກຶມໝຸ ອູ, ກຶມໝຸ ລື້, ກຶມໝຸ ແຄວນ, ກຶມໝຸ ຍວນ... ລວມຢູ່ໃນ 49 ຊົນເຜົ່າຂອງວົງຄະນາຍາດແຫ່ງຊາດລາວ. ເຜົ່າກຶມໝຸສ່ວນຫລາຍແມ່ນອາໄສຢູ່ບັນດາແຂວງພາກ...