ປະຫວັດຄວາມເປັນມາຂອງຊົນເຜົ່າກຶມມຸ
ຊົນເຜົ່າກຶມມຸ: ກຶມມຸ ແປວ່າ ຄົນ. ຊົນເຜົ່າກຶມມຸໃນອາດີດ ສ່ວນຫລາຍໄດ້ ອາໄສຢູ່ເຂດຫາງໄກຊອກຫລີກ ຫ້ວຍເລິກປ່າດົງແກ່ ສາເຫດກໍເພາະລົບລີ້ໄພ ໃນອາດີດ ສະໄໝແພ້ສຶກໃຫ້ໄຕລາວ ແລະ ຂອມ ໃນພັນປີກ່ ອນ. ແຕ່ຕົກມາຮອດປະຈຸບັນຍ້ອນພັກລັດໄດ້ເອົາໃຈໃສ່ໃຫ້ແຕ່ລະເຜົ່າໄດ້ເຂົ້າເຖິງກັບການສຶກສາເຜົ່າກຶມມຸເຮົາກໍຄ່ອຍໆ ມີໃບໜ້າອັນໃໝ່ ຊົນເາເຜົ່າກຶມມຸໄດ້ແຈກຢາຍອາໄສຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ຍັງພົບເຫັນອີ່ກຫຼາຍໝື່ນຄົນຢູ່ ທາງໂລກຕາເວັນຕົກເຊັ່ນ ຝຣັ່ງເສດ ແລະ ສະຫະລັດອາເມລິກາ. ເຜົ່າກຶມມຸມີພາສາຈັດໄປໃນຕະກູນ ອ໊ອດສະໂຕຣເອເຊຍຕິກ ແລະ ເປັນເອກະລັກຂອງຕົວເອງ. ຊົນເຜົ່າກຶມມຸ ມີແຕ່ພາສາປາກເວົ້າ ແຕ່ບໍ່ມີພາສາຂຽນ. ຊົນເຜົ່າກຶມມຸ ມີ ປະຊາກອນ ປະມານ 3 ລ້ານ ຄົນໃນທົ່ວໂລກ ແຕ່ທີເຜົ່າກຶມມຸອາໄສຢູ່ຫລາຍແມ່ນ ຢູ່ໃນ ສປປລ ເຊີ່ງມີປະຊາກອນປະມານ 1.6 ລ້ານ ຄົນໃນປີ 2015 ແລະ ນອກຈາກນັ້ນເຜົ່າກຶມມຸ ຍັງເຫັນໃນຫວຽດນາມ ຈີນ ແລະ ໄທ ອີ່ກດ້ວຍ. ເຜົ່າກຶມມຸ ໄດ້ຖືກຕັ້ງຂື້ນມາ ລາກຫລາຍຊື່ ຈາກເຜົ່າກຸ່ມໃຫຍ່ ໂດຍ ສະເພາະຈາກ ລາວ ເຊັ່ນ ລາວ ເທິງ (ເພາະເຫັນວ່າ ເຜົ່າກຶມມຸມັກຢູ່ເທິງພູ) (ເພາະເຫັນວ່າ ເຜົ່າໝົ້ງທີ່ເອີ້ນວ່າລາວສູງ ໄດ້ຢູ່ເທິງ ແລະ ຈອມພູແລ້ວ. ຊື່ທີ່ຄົນກຶມມຸເຮົາມັກໃຫ້ເຜົ່າອື່ນເອີນທີ່...














Comments
Post a Comment