ປະຫວັດຄວາມເປັນມາຂອງຊົນເຜົ່າກຶມມຸ


  1. ຊົນເຜົ່າກຶມມຸ:
    ກຶມມຸ ແປວ່າ ຄົນ.
    ຊົນເຜົ່າກຶມມຸໃນອາດີດ ສ່ວນຫລາຍໄດ້ ອາໄສຢູ່ເຂດຫາງໄກຊອກຫລີກ ຫ້ວຍເລິກປ່າດົງແກ່ ສາເຫດກໍເພາະລົບລີ້ໄພ ໃນອາດີດ ສະໄໝແພ້ສຶກໃຫ້ໄຕລາວ ແລະ ຂອມ ໃນພັນປີກ່ອນ. ແຕ່ຕົກມາຮອດປະຈຸບັນຍ້ອນພັກລັດໄດ້ເອົາໃຈໃສ່ໃຫ້ແຕ່ລະເຜົ່າໄດ້ເຂົ້າເຖິງກັບການສຶກສາເຜົ່າກຶມມຸເຮົາກໍຄ່ອຍໆ
  2. ມີໃບໜ້າອັນໃໝ່
    ຊົນເາເຜົ່າກຶມມຸໄດ້ແຈກຢາຍອາໄສຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ຍັງພົບເຫັນອີ່ກຫຼາຍໝື່ນຄົນຢູ່ ທາງໂລກຕາເວັນຕົກເຊັ່ນ ຝຣັ່ງເສດ ແລະ ສະຫະລັດອາເມລິກາ.
    ເຜົ່າກຶມມຸມີພາສາຈັດໄປໃນຕະກູນ ອ໊ອດສະໂຕຣເອເຊຍຕິກ ແລະ ເປັນເອກະລັກຂອງຕົວເອງ.
    ຊົນເຜົ່າກຶມມຸ ມີແຕ່ພາສາປາກເວົ້າ ແຕ່ບໍ່ມີພາສາຂຽນ.
    ຊົນເຜົ່າກຶມມຸ ມີ ປະຊາກອນ ປະມານ 3 ລ້ານ ຄົນໃນທົ່ວໂລກ ແຕ່ທີເຜົ່າກຶມມຸອາໄສຢູ່ຫລາຍແມ່ນ ຢູ່ໃນ ສປປລ ເຊີ່ງມີປະຊາກອນປະມານ 1.6 ລ້ານ ຄົນໃນປີ 2015 ແລະ ນອກຈາກນັ້ນເຜົ່າກຶມມຸ ຍັງເຫັນໃນຫວຽດນາມ ຈີນ ແລະ ໄທ ອີ່ກດ້ວຍ.
    ເຜົ່າກຶມມຸ ໄດ້ຖືກຕັ້ງຂື້ນມາ ລາກຫລາຍຊື່ ຈາກເຜົ່າກຸ່ມໃຫຍ່ ໂດຍ ສະເພາະຈາກ ລາວ ເຊັ່ນ ລາວ ເທິງ (ເພາະເຫັນວ່າ ເຜົ່າກຶມມຸມັກຢູ່ເທິງພູ) (ເພາະເຫັນວ່າ ເຜົ່າໝົ້ງທີ່ເອີ້ນວ່າລາວສູງ ໄດ້ຢູ່ເທິງ ແລະ ຈອມພູແລ້ວ. ຊື່ທີ່ຄົນກຶມມຸເຮົາມັກໃຫ້ເຜົ່າອື່ນເອີນທີ່ສຸດແມ່ນກຶມມຸບາງຄົນຍັງເຂົ້າໃຈຜິດໆມັກເອີນລາວກາງ ຫຼື ລາວເທິງຖືວ່າພວກເຮົາບໍ່ຄ່ອຍມັກ
  3. ຄຳວ່າກຶມມຸແປ່ວ່າຄົນ ແລະ ຄົນພາຍໃນເຜົ່າກຶມມຸຈະເອີນຄົນຕ່າງເຜົ່າວ່າ " ແຽະ " ຄຳວ່າແຽະ ແປ່ວ່າ ຄົນເຜົ່າອື່ນ ຫຼື ຄົນແປກໜ້າ.
  4. ຕໍ່ມາ ຫລັງຈາກ ຝລັ່ງເສດ ເຂົາຍຶດອຳນາດ ໃນລາວລ້ານຊ້າງ ຊົນເຜົ່າກຶມມຸຄອຍໆມີອິດສະລະຫລັງຈາກທີຖືກກົດດັນມານານແສນນານ ແລະ ກໍມີກຶມມຸບາງຄົນໄດ້ຮັບການສຶກສາ ຈົນຮອດຝຣັ່ງເສດກໍມີ ປະມານ ສອງສາມຄົນ.
    ຫລັງຈາກ ອາເມລິກາໄດ້ເຂົາມາແລ້ວ ຊົນເຜົ່າກຶມມຸ ກໍເລີ່ມມີການສຶກສາ ແລະ ຫລາຍແສນຄົນ ກໍເຂົ້າຮ່ວມການປະຕິວັດ ປົດປ່ອຍ ສາມຊາດອິນໂດຈີນ ແລະ ຫລັງຈາກໄຊຊະນະສົງຄາມອິນໂດຈີນກໍມີຫລາຍພັນຄົນທີ່ທຳງານລາຊະການ ຄົນທຸກຊົນຊາດຊົນເຜົ່າມີສິດເທົ່າທຽມກັນໃນສຶກສາຮ່ຳຮຽນ ແລະ ການຮັບໃຊ້ປະເທດຊາດ.
    ແຕ່ແນວໃດກໍຕາມ ຄົນລາວບາງຄົນເຂົາຈະຮູ້ທີ່ໄປມາ ເຂົາເອີ້ນເຜົ່າກຶມມຸເຜົ່າອ້າຍ ຫລື ຊົນເຜົ່າອ້າຍລາວ (ເຜົ່າອ້າຍລາວທີ່ນີ້ກໍຄື ຄົນກຶມມຸ)ເພາະ ຄົນກຶມມຸ ນີ້ ໄດ້ມາອາໄສ ກ່ອນຖ້າທຽບໃສ່ຮອງຮ່ອຍປະຫວັດສາດ ໃນຂົງເຂດນີ້ ກ່ອນທີ່ຈະພາຍແພ້ຕໍ່ສົງຄາມໃຫ້ແກ່ຄົນກຸ່ມໃຫຍ່ໃຫ້ໄຕລາວ ແລະ ອະນາຈັກຂອມ.
    ໂດຍທົ່ວໄປແລ້ວ ແມ່ນຊາວລາວທາງພາກເໜືອໂດຍສະເພາະຢູ່ຫລວງພະບາງບາງຄົນຈະເອີ້ນວ່າ ອ້າຍລາວ ແລະ ຖື ວ່າເປັນອ້າຍ.
    ໃນການແຮ່ຂະບວນພະບາງ ແລະ ປູເຍີຍ່າເຍີ ເຮົາຈະະເຫັນໄດ້ຊັດການນຸ່ງຖືນັ້ນຍັງມີເຄື່ອງນຸາງຮົມຂອງກຶມມຸເຂົາປະສົມອີ່ກດ້ວຍ.
    ແຕ່ກ່ອນຄົນກຸ່ມນີ້ໃນເຂດອາຊີຈະບໍ່ມີຫນັງສືຂຽນ ນັບແຕ່ພາສາລາວ ເພີ່ງຈະມີໃຫ້ຂຽນຫລັງຈາກ ສາສະໜາ ພາມ ພຸດ ແລະ ຮິນດູໄດ້ເຂົ້າຂະຫຍາຍອິດທິພົນ ແລະ ພາສາທີ່ໃຊ້ຂຽນນີ້ກໍໄດ້ມາຈາກພາສາອິນເດຍເດີມຄືພາສາປາລີ ແລະ ສັນສະກຣິດ.







Comments

  1. ບົດຄວາມບໍ່ສ້າງສັນປານໃດ, ກະລຸນາເລືອກຄໍາເວົ້າທີ່ເຫມາະສົມແດ່

    ReplyDelete

Post a Comment

Popular posts from this blog

ປະຫວັດຄວາມ​ເປັນ​ມາ​ປະ​ເພນີ​ບຸນ​ “ ​ເກິຣຫ ” ​ເຜົ່າ​ກຶມ​ໝຸ