ປະຫວັດຄວາມ​ເປັນ​ມາ​ປະ​ເພນີ​ບຸນ​ “ ​ເກິຣຫ ” ​ເຜົ່າ​ກຶມ​ໝຸ

                ປະຫວັດຄວາມ​ເປັນ​ມາ​ປະ​ເພນີ​ບຸນ​ ​ເກິຣຫ ​ເຜົ່າ​ກຶມ​ໝຸ


          ເຜົ່າ​ກຶມ​ໝຸ ​ແມ່ນ​ຊົນ​ເຜົ່າ​ພື້ນ​ເມືອງ​ດັ້ງ​ເດີມ​ຂອງ​ລາວ​ ທີ່​ກຳ​ເນີ​ດ​ເກີດ​ຂຶ້ນ ​ແລະ ດຳລົງ​ຊີວິດ​ຢູ່​ບົນ​ຜືນ​ແຜ່ນ​ດິນ​ແຫ່ງ​ນີ້​ມາ​ໄດ້ຫລາຍພັນ​ປີ​ແລ້ວ​. ມີ​ຕົ້ນ​ກຳ​ເນີ​ດມາ​ຈາກ ຂອມ.  ຄຳ​ວ່າ​ ຂອມ ​ແມ່ນ​ຊື່​ລວມຂອງ​ເຜົ່າ ທີ່ຢູ່​ໃນ​ໝວດ​ພາສາ​ເວົ້າ ມອນ -ຂະ​ແມ ​ເຊັ່ນ: ເຜົ່າ​ກຶມ​ໝຸ,​ ເຜົ່າ​ປະ​ໂກະ, ​ເຜົ່າ​ຕະ​ໂອ້ຍ, ​ເຜົ່າ​ກະຕູ,​ ເຜົ່າ​ກະ​ຕາງ ​ແລະ ​ເຜົ່າ​ອື່ນໆ ​ເຊິ່ງເປັນ​ໝວດ​ພາສາ​ທີ່​ໃຫຍ່​ອັນ​ດັບ​ສອງ ​ຮອງ​ຈາກ​ໝວດພາສາ ລາວ - ​ໄຕ ມີ​ຈຳນວນ​ພົນລະເມືອງ 1 ລ້ານ​ກວ່າ​ຄົນ ​ໃນ​ນັ້ນ​ເຜົ່າ​ກຶມ​ໝຸມີ 6 ​ແສນ​ກວ່າ​ຄົນ ສະຖິຕິ​ປີ 2005 ແຕ່ຕົກມາຮອດປີ 2015 ປະຊາກອນກຶມມຸໃນລາວເພີ່ມຂື້ນ 1,6 ລ້ານຄົນ ປະຊາກອນກຶມມຸທົ່ວໂລກມີປະມານ 3 ລ້ານຄົນ. 
          ​ຊົນ​ເຜົ່າ​ກຶມ​ໝຸ ປະກອບ​ມີ​ຫລາຍ​ແຊງ ຫລື ຫຼາຍຂະ​ແໜງ ​ເຊັ່ນ: ກຶມ​ໝຸ ຣອກ, ກຶມ​ໝຸ ​ເຈືອງ, ກຶມ​ໝຸ ອູ, ກຶມ​ໝຸ ລື້, ກຶມ​ໝຸ ​ແຄວນ, ກຶມ​ໝຸ ຍວນ... ລວມຢູ່​ໃນ 49 ຊົນ​ເຜົ່າ​ຂອງ​ວົງຄະນາ​ຍາດ​ແຫ່ງ​ຊາດ​ລາວ. ​ເຜົ່າກຶມໝຸສ່ວນ​ຫລາຍ​ແມ່ນ​ອາ​ໄສ​ຢູ່​ບັນດາ​ແຂວງ​ພາກ​ເໜືອ ​ແລະ ພາກ​ກາງຂອງ​ລາວ​ ​ເຊັ່ນ: ​ແຂວງ​ອຸດົມ​ໄຊ, ຫລວງ​ພະ​ບາງ, ຊຽງ​ຂວາງ, ຫົວພັນ, ຫລວງ​ນ້ຳ​ທາ, ບໍ່​ແກ້ວ, ຜົ້ງ​ສາລີ,​ ໄຊ​ຍະ​ບຸລີ, ​ແຂວງ​ວຽງ​ຈັນ, ບໍລິ​ຄຳ​ໄຊ ​ແລະ ນະຄອນ​ຫລວງ​ວຽງ​ຈັນ ​ເປັນ​ຕົ້ນ.
          ​ເຜົ່າ​ກຶມ​ໝຸ ​ເປັນ​ຊົນ​ເຜົ່າ​ທີ່​ມີ​ຂະໜົບທຳນຽມ, ຮີດຄອງ​ປະ​ເພນີ ​ແລະ ວັດທະນະທຳ​ອັນ​ດີງາມ​ທີ່​ເອກ​ອ້າງ​ທະ​ນົງ​ໃຈ ​ແລະ ມີ​ລັກສະນະ​ສະ​ເພາະ​ຂອງຕົນ ​ເຊັ່ນ: ມີ​ພາສາ​ປາກ​ເວົ້າ, ຄວາມ​ເຊື່ອ​ຖື, ການ​ນຸ່ງ​ຖື​ ຕະລອດ​​ເຖິງ​ການ​ດຳລົງ​ຊີວິດ​ທີ່​ມີລັກສະນະ​ສືບ​ທອດ​ປະຕິບັດກັນ​ມາ ຫລາຍ​ຍຸກ​ຫລາຍ​ສະ​ໄໝ ມີ​ມູນ​ເຊື້ອ​ຮັກ​ຊາດ ​ຮັກ​ບ້ານ​ເກີດ​ເມືອງ​ນອນ ຊື່ສັດ​ທ່ຽງ​ທຳ ດຸ​ໝັ່ນ​ອອກ​ແຮງ​ງານ ມີ​ຄວາມ​ສາມັກຄີ​ກັບ​ທຸກ​ເຜົ່າ​ອື່ນໆ​ຕະລອດ​ມາ.
          ​ໃນ​ສະ​​ໄໝ​ສັກ​ດິນາ ​ແລະ ຈັກກະພັດ​ຕ່າງ​ດ້າວ ​ປົກຄອງ​ລາວ ​ເຜົ່າ​ກຶມ​ໝຸກໍ່​ແມ່ນ​ເຜົ່າ​ໜຶ່ງ​ທີ່​ຖືກ​ແບ່ງ​ແຍກ​ກີດ​ກັ້ນ​ສິດ​ເສລີພາບ, ຂາດ​ໂອກາດ​ໃນ​ການ​ສຶກສາ​ຮໍ່າຮຽນ, ຊີວິດ​ການ​ເປັນຢູ່​ຕົກ​ຢູ່​ໃນ​ຄວາມ​ຫຍຸ້ງຍາກ​ລຳບາກ, ວັດທະນະທຳ​ຮີດຄອງ​ປະ​ເພນີ​ບໍ່​ໄດ້​ຮັບ​ການ​ສົ່ງ​ເສີມ.
          ພາຍ​ໃຕ້​ແສງ​ສະຫວ່າງ​ຂອງ​ການ​ປະຕິວັດ ​ແລະ ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ໃນ​ສະ​ໄໝ​ຕໍ່ສູ້​ຕ້ານ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ​ແລະ ​ແບບ​ໃໝ່ ​ເຜົ່າ​ກຶມ​ໝຸກໍ່​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ຂະ​ບວນການ​ປະ​ຕິວັດ​ປົດ​ປ່ອຍ​ຊາດ ​ແລະ ສະຖາ​ປະນາ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ.
          ຫລັງຈາກປະເທດຊາດໄດ້ຮັບການປົດປ່ອຍ ພັກເຮົາໄດ້ເຊີດຊູບົດບາດແລະ ສິດເສລີພາບໃນການເຊື່ອຖື, ການປາກເວົ້າແລະ ການປົກປັກຮັກສາອານຸລັກ ວັດທະນະທຳ ຮີດຄອງປະເພນີ ອັນດີງາມຂອງປະຊາຊົນລາວ ບັນດາເຜົ່າຊຶ່ງໄດ້ລະບຸໄວ້ ຢູ່ໃນລັດຖະທຳມະນູນ ຂອງ ສ ປ ປ ລາວ.
          ​ເພື່ອ​ປະກອບ​ສ່ວນ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຕາມ​ແນວ
ທາງ​ຂອງ​ພັກ ​ເຜົ່າ​ກຶມ​ໝຸກໍ່​ໄດ້​ເອົາ​ໃຈ​ໃສ່​ພັດທະນາ​ຕົນ​ເອງ​ທາງ​ດ້ານ​ເສດຖະກິດ, ວັດທະນະທຳ - ສັງຄົມ ໂດຍ
​ຫັນ​ປ່ຽນ​ອາຊີບ​ຈາກ​ການ​ຖາງ​ປ່າເຮັດ​ໄຮ່​ເລື່ອນລອຍ​ໃນ​ເມື່ອ​ກ່ອນ ​ຫັນ​ມາ​ຍຶດຖື​ອາຊີບ​ຄົງ​ທີ່ ​ເຊັ່ນ: ການ​ປູກ
ຝັງ​, ລ້ຽງສັດ, ການ​ບໍລິ​ການ, ການ​ສົ່ງ​ເສີມ​ລູກ​ຫລານ​ໃຫ້​ໄດ້​ຮັບ​ການ​ສຶກສາ. ມາ​ຮອດ​ປະຈຸ​ບັນ​ນີ້​, ລູກ​ຫລານ​ຂອງ​ເຜົ່າ​ກຶ​ມໝຸ​ ໄດ້​ປະກອບສ່ວນ​ເປັນ​ພະນັກງານ, ທະຫານ, ຕຳ​ລວດ ສັງກັດ​ຢູ່​ໃນ​ບັນດາ​ກະຊວງ, ກົມ​ກອງ​ ນັບ​ທັງ​ສູນ​ກາງ ​ແລະ ທ້ອງຖິ່ນ​ນັບ​ມື້ນັບ​ຫລາຍ​ຂຶ້ນ.
          ສ ປ ປ ລາວ ​ເປັນປະ​ເທດ​ທີ່​ມີ​ຫລາຍ​ຊົນ​ເຜົ່າ ແຕ່ລະ​ເຜົ່າ​ ລ້ວນ​ແຕ່​ມີ​ຮີດຄອງ​ປະ​ເພນີ​ອັນ​ດີງາມ, ຄວາມ​ເຊື່ອ​ຖື​
ຂອງ​ໃຜລາວ ​ເຊັ່ນ: ບຸນກຸດ​ສົງ​ການຂອງ​ເຜົ່າລາວ​, ບຸນ​ນໍ​ເປ​ເຈົາຂອງ​ເຜົ່າ​ມົ້ງ, ບຸນ​ເສັນ​ເຮືອນ​ຂອງ​ເຜົ່າ​ໄຕ​ດຳ ​ແລະ ບຸນ​ອື່ນໆ.​ ໃນ​ນັ້ນ, ​ບຸນ​ປະ​ເພນີ​ປະຈຳ​ປີ​ຂອງ​ເຜົ່າ​ກຶມ​ໝຸກໍ່​ແມ່ນ ບຸນ ​ເກິຣຫ​ .
​ໃນ​ສະ​ໄໝ​ກ່ອນ ​ເຜົ່າ​ກຶມ​ໝຸ ​ແມ່ນເຊື່ອ​ຖື​ຜີ ​ແລະ ປະກົດ​ການທຳ​ມະ​ຊາດ​ເປັນ​ຕົ້ນຕໍ ຊຶ່ງສະ​ແດງອອກ ​ເຊັ່ນ: ການລ້ຽງ​ຜີ​ໄຮ່, ຜີ​ເຮືອນ, ຜີບ້າ​ນ, ລ້ຽງ​ມົນ, ຜີ​ບັນພະ​ບຸລຸດ, ການ​ຂຶ້ນ​ເຮືອນ​ໃໝ່, ບຸນ​ເກິຣຫ  ​ເປັນ​ຕົ້ນ. ພິທີກຳ​ເຫລົ່ານັ້ນ ​ໄດ້​ສ່ອງ​ແສງ​ເຖິງ​ການ​ອອກ​ແຮງ​ງານ, ການ​ບູຊາ​ບັນພະບຸລຸດ ​ແລະ ການ​ເຕົ້າ​ໂຮ​ມຄວາມ​ສາມັກຄີ​ພາຍ​ໃນ​ເຜົ່າ.
          ຮີດຄອງ​ປະ​ເພນີ ​ແລະ ຄວາມ​ເຊື່ອ​ຖື​ດັ່ງກ່າວ ມັນ​ໄດ້​ສ່ອງ​ແສງ​ເຖິງ​ການ​ອອກ​ແຮງ​ງານ​ເພີ່ມ​ພູນ​ຜະລິດດ້ວຍ​ການ​ລ້ຽງ​ຜີ​ໄຮ່, ຜີ​ເຮືອນ​, ຜີບ້າ​ນ, ລ້ຽງ​ມົນ, ຜີ​ບັນພະບຸລຸດ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ, ຂຶ້ນ​ເຮືອນ​ໃໝ່, ບຸນ​ເກິຣຫ ​ແລະ ອື່ນໆ.
ປະ​ເພນີ​ ບຸນ​ ເກິຣຫ ​ແມ່ນ​ບຸນ​ປາງ​ໃຫຍ່​ປະຈຳ​ເຜົ່າ​ກຶມ​ໝຸ ຄຳ​ວ່າ​ ​ເກິຣຫມີ​ຄວາ​ມໝາຍວ່າ: ຂຸດ​, ກົ່ນ, ຫລົກ, ​ໄງ້ ຫລື ຮື້​ເຄື່ອງປູກ​ຂອງ​ຝັງອອກ ​ທີ່​ໄດ້​ປູກ​ໃນ​ປີຜ່ານມາ ​ເຊັ່ນ: ​ເຜືອກ, ມັນ, ​ເຂົ້າ, ຫວ້ານ, ​ເຄື່ອງ​ຄ້ຳ​ຂອງຄູນ​ຕ່າງໆ​ຢູ່​ໃນ​ໄຮ່ ເພື່ອນໍາເອົາມາໄວ້ທີ່ບ້ານ.
​ເຊື່ອ​ກັນ​ວ່າ ຄົນ​ກຶມ​ຫມຸ​ໃນ​ສະ​ໄໝກ່ອນ ບໍ່​ຮູ້​ປູກ​ເຂົ້າ ​ບໍ່​ຮູ້​ປູກ​ຜັກ ບໍ່​ຮູ້​ລ້ຽງສັດ ອາ​ໄສ​ພຽງ​ແຕ່ ຂຸດ ກົ່ນ ​ໄງ້ ​ເອົາ​ເອົາເຜືອກ ເອົາມັນ​ຕາມ​ຢູ່​ຕາມ​ດົງ​ມາ​ກິນ ​ເພື່ອ​ລ້ຽງ​ຊີບ​ຂອງ​ຕົນ. ​ວິວັດທະນາ​ການ​ຂອງ​ມະນຸດ​ມີ​ການ​ປ່ຽນ​ແປງ ແລະ ພັດທະນາຂຶ້ນ ມະນຸດ​ເຮົາ​ຈຶ່ງ​ຄ່ອຍໆ​ຫັນ​ມາ​ກິນ​ເຂົ້າ​ແທນການ​ກິນ​ເຜືອກ​ກິນ​ມັນ. ສະ​ນັ້ນ, ທຸກໆ​ປີ ​ເຜົ່າ​ກຶມ​ຫມຸຈຶ່ງ​ເຮັດບຸນ​ເກຣິຫ ​ເພື່ອ​ລະນຶກ​ເຖິງ​ ຄຸນ​ເຜືອກ ​ຄຸນ​ມັນ ທີ່​ເຄີຍ​ຫຼໍ່ລ້ຽງ​ຄົນ​ໃຫ້​ມີ​ຊີວິດ​ຢູ່​ໄດ້​ຈົນ​ເຖິງ​ທຸກ​ວັນ​ນີ້.
          ການ​ເອີ້ນ ​ຊື່​ບຸນ  “ ເກຣິຫ  ​ແຕ່ລະ​ທ້ອງ​ຖິ່ນ ​ຫຼື​ ແຕ່ລະ​ແຊງ ຂອງ​ເຜົ່າ​ກຶມ​ຫມຸ ​ແມ່ນ​ເອີ້ນ​ແຕກ​ຕ່າງ​ກັນ ​ເຊັ່ນ: ກຶມ​ຫມຸຣອກ, ກຶມ​ຫມຸລື, ກຶມ​ຫມຸ​ແຄວນ, ກຶມ​ຫມຸຢວນ ​ແມ່ນອາ​ໄສ​ຢູ່​ແຂວງ​ອຸດົມ​ໄຊ, ຫຼວງ​ນໍ້າ​ທາ, ບໍ່​ແກ້ວ ​​ແມ່ນ​ຈະ​ເອີ້ນ ບຸນເກຣິຫ ວ່າ: ບຸນ ຣື​ເຣິຫນຶມ, ​ເຕັຈນຶມ, ອອຈນຶມ; ກຶມ​ຫມຸ​ເຈືອງ, ກຶມ​ຫມຸອູ ສ່ວນ​ຫຼາຍ​ທີ່​ອາ​ໄສ​ຢູ່ ​ແຂວງ ຊຽງ​ຂວາງ, ຫົວພັນ, ຜົ້ງ​ສາລີ, ​ໄຊ​ຍະ​ບູລີ ​ແລະ ຫຼວງ​ພະ​ບາງ ​ແມ່ນ​ເອີ້ນ​ວ່າ:  ບຸນ​ເກຣິຫ, ບຸນປຼົດນຶມໝັງ​ປືກາ​ນຶມຮຶມ​ເມະ...  ​ແລ້ວ​ແຕ່ຄວາ​ມລື້​ງ​ເຄີຍ​ຂອງ​ແຕ່ລະ​ທ້ອງ​ຖິ່ນ ​ຊື່​ເອີ້ນ​ເຫຼົ່າ​ນັ້ນ ​ລ້ວນ​ແຕ່​ມີ​ຄວາມ​ໝາຍ​ອັນ​ດຽວ​ກັນ ​ຄື: ປົດ​ປີ​ເກົ່າ ຕ້ອນຮັບ​ປີ​ໃໝ່, ສົ່ງ​ທ້າ​ຍປີ​ເກົ່າ​ຕ້ອນຮັບ​ປີ​​ໃໝ່ ​ເນື່ອງ​ຈາກ​ວ່າ ການ​ເກັບ​ກູ້​ຜົນ​ຜະ​ລິດ​ແມ່ນ​ຢູ່​ໃນ​ໄລຍະ​ທ້າຍ​ຂອງ​ປີ ຫຼັງ​ຈາກ​ທີ່ ຮູດ​ເຂົ້າ​ ກ່ຽວ​ເຂົ້າ ຂຸດ​ເຜືອກ ​ຂຸດ​ມັນ ກູ້​​ເຄື່ອງ​ຂອງ​ຜົນລະປູກ ຫຼົກ ຂຸດ ກົ່ນ ​ໄງ້ ​ເຄື່ອງ​ຄໍ້າ​ຂອງ​ຄູນ ເຊັ່ນວ່າ: ຫວ້ານ, ຢາ, ນໍ​, ງາ, ຂຸດ​ແສງ, ​ເງິນ, ຄໍາ​ດິບ, ທອງ​ສໍາລິດ ​ແລະ ອື່ນໆ...ທີ່​ເຜົ່າ​ກຶມ​ຫມຸ ​ໄດ້​ຝັງ​ໄວ້​ຢູ່​ໃນ​ຜືນ​ໄຮ່​ເພື່ອ​ເກັບ​ຮັກສາ​ມ້ຽນຮັກສາໄວ້, ​ເອົາ​ໄວ້​ບໍລິ​ໂພ​ກ​ ​ແລະ ແລກປ່ຽນ. ດ້ວຍ​ເຫດ​ນັ້ນ, ​ເຜົ່າ​ກຶມ​ຫມຸ ຈຶ່ງ​ຖື​ໂອກາດ​ນີ້ ຈັດ​ຕັ້ງ​ບຸນ​ເກຣິຫ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ຜົນງານ​ທີ່​ໄດ້ຈາກ​ການ​ຜະລິດດ້ວຍ​ການ​ທຸ້ມ​ເທ​ເຫື່ອ​ແຮງ​ໃນ​ໜຶ່ງ​ປີຜ່ານມາ​ ພ້ອມທັງ​ເປັນໂອກາດ​ພັກຜ່ອນ​ ເບີກບານ​ມ່ວນ​ຊື່ນຮ່ວມ​ກັບ​ຍາດຕິ​ພີ່ນ້ອງ ​ເພື່ອນ​ມິດ​ສະຫາຍ ​ແລະ ກະກຽມ​ເຮັດ​ການ​ຜະລິດ​ໃນ​ປີ​ຕໍ່​ໄປ.
ບຸນ ເກຣິຫ ຂອງ​ເຜົ່າ​ກຶມ​ຫມຸ ​ແມ່ນ​ມີຫຼາຍ​ຄວາມ​ໝາຍ​ຄວາມ​ສໍາຄັນຢູ່​ໃນ​ໂອກາດ​ອັນ​ດຽວ​ກັນ ​ເຊັ່ນ:
-    ເປັນການເຮັດບຸນເຮັດທານສົ່ງ
-    ​ເປັນ​ການ​ລະນຶກ​ເຖິງ ຄຸນ​ເຂົ້າ, ຄຸນ​ເຜືອກ, ຄຸນ​ມັນ, ​ເຄື່ອງ​ປູກ​ຂອງ​ຝັງ.
-    ລະນຶກ​ເຖິງ ​ເຈົ້າ​ຖິ່ນ ​ເຈົ້າ​ຖານ ຜີ​ສາງ ​ນາງ​ໄມ້, ດິນ​ດອນ ຈອມປວກ ບວກ​ນໍ້າ
-    ​ເປັນ​ການ​ ສົມ​ມາ​ຄາລະວະ ​ເຮັດບຸນ ​ເຮັດ​ທານ ສົ່ງ​ຫາ​ພໍ່​ແມ່ ຍາດຕິ​ພີ່ນ້ອງ ບັນພະ​ບູລຸດ ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ ​ໃຫ້​ມາ​ຮັບ ມາ​ໂຈມ ມາ​ກິນ ​ເຂົ້າປາ​ອາຫານຂອງຄາວ​ຂອງຫວານ​ ທີ່​ລູກ​ຫຼານ​ໄດ້​ເຮັດ​ທານ​ສົ່ງ​ໃຫ້ ​ໃນ​ໜຶ່ງ​ປີ​ມີ​ເທື່ອ​ໜຶ່ງ ​ແລະ ​ເພື່ອ​ໄຫວ້​ວອນ​ຂໍ​ບຸນ​ບາ​ລະ​ມີ ສິ່ງ​ສັກສິດ​ມາ​ຄຸ້ມ​ຄອງ ດົນ​ບັນດານ ​ໃຫ້ຫາ​ຍຈາກ​ພະຍາດ​ໂລຄາ ປັດ​ເຄາະ​ປັດ​ນາມ ຄວາມ​ຊົ່ວ​ຮ້າຍ​ໃຫ້​ໜີ​ໄປ​ນໍາ​ປີ​ເກົ່າ ປີ​ໃໝ່​ຟ້າ​ໃໝ່​ໃຫ້​ມີ​ແຕ່​ຄວາມສຸກ​ຄວາມ​ຈະ​ເລີ​ນ​ໃນ​ພາຍ​ພາກ​ໜ້າ.
-    ​ເປັນ​ການ​ລະນຶກ​ເຖິງ​ບຸນຄຸນ ​ເຄື່ອງມື​ອຸປະກອນ ທີ່​ໄດ້​ນໍາ​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ຈົນ​ສໍາ​ເລັດ​ເສັດ​ສິ້ນ​ໄປ​ໂດຍ​ດີ ພ້ອມ​ທັງ​ສົມ​ມາ​ຄາລະວະ ຂໍອະ​ໂຫສິກໍາ ສິ່ງ​ຂອງ​ເຫຼົ່ານັ້ນ ຖ້າ​ຫາກ​ໄດ້​ຖືກ​ລ່ວງ​ເກີນ​ໄປ.
-    ​ເປັນ​ໂອກາດ​ທີ່​ຍາດຕິ​ພີ່ນ້ອງ ​ເພື່ອນ​ມິດ​ສະຫາຍ​ທີ່ຢູ່​ໃກ້​ຢູ່​ໄກ ມາ​ພົບ​ປະ​ສ້າງສັນ ​ເພື່ອ​ແລກປ່ຽນ​ບົດຮຽນ​ເຊິ່ງກັນ​ແລະ ກັນ.
-    ​ເປັນ​ການສະ​ເຫຼີ​ມສະຫຼອງ ​ໃນ​ໂອກາດ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນຮັບ​ປີ​ໃໝ່ ຢ່າງ​ເບີກບານ​ມ່ວນ​ຊື່ນ ​ແລະ ອື່ນໆ.
ບຸນ ​ເກິຣຫ ​ ແມ່ນ​ຈັດ​ຂຶ້ນ​ໃນ​ເດືອນ ຈຽງ ຫາ ​ເດືອນ ​ຍີ່ ກົງ​ກັບ ​ເດືອນ​ສິບ​ສອງ​ຕໍ່​ໃສ່​ເດືອນ​ນຶ່ງ​ສາກົນ ພາຍຫຼັງ​ທີ່​ເກັບ​ກູ້​ຜົນ​ຜະລິດ ຂົນ​ເຂົ້າ​ຂຶ້ນ​ເລົ້າ​ຂຶ້ຍ​ເຍຍ​ສໍາ​ເລັດ​ແລ້ວ ​ເຜົ່າ​ກຶມ​ຫມຸຢູ່​ແຕ່ລະ​ແຂວງ, ​ເມືອງ, ບ້ານ ກໍ່​ຈະ​ພ້ອມ​ກັນ​ຈັດ​ງານ​ບຸນ​ດັ່ງກ່າວ​ຂຶ້ນ ຕາມ​ເງື່ອນ​ໄຂ​ ​ແລະ ຄວາມ​ສາມາດ​ຂອງ​ແຕ່​ລະ​ຄອບຄົວ ​ແລະ ​ແຕ່​ລະ​ບ້ານ.
          ຕາມ​ຮີດຄອງ​ເດີມ​ແລ້ວ ທຸກໆ​ຄອບຄົວ​ຕ້ອງ​ໄດ້​ເຮັດ ບຸນ ​ເກິຣຫ ​ ​ ຖ້າ​ຫາກ​ຄອບຄົວ​ໃດ​ບໍ່​ເຮັດ ​ແມ່ນ​ບໍ່​ສາມາດ​ເຮັດ​ວຽກອື່ນ​ໄດ້ ​ເຊັ່ນ: ປຸກ​ເຮືອນ, ​ແປງ​ເຮືອ​ນ, ​ເຮັດ​ຂວັນ, ​ແຕ່ງງານ, ​ເຮັດ​ໄຮ່, ​ເຮັດ​ສວນ, ອັດ​ຄອນ ​ລົງ​ວັງ, ຄ້າຂາຍ ​ແລະ ອື່ນໆ ​ໃນ​ປີ​ຕໍ່​ໄປ ເພາະຈະຖື​ວ່າ ຜິດ​ຮີດ, ຜິດ​ຄອງ, ຜິດ​ຜີບ້າ​ນ, ຜີ​ເຮືອນ, ຜີ​ໄຮ່, ຜີ​ນາ ​ເພິ່ນ​ຈະ​ມາ​ທັກ​ມາ​ທ້ວງ ຂວັນ​ເຂົ້າ​ຈະ​ຄຽດ​ໄດ້​ເຂົ້າຫລາຍ​ຈະ​ກາຍ​ເປັນ​ໜ້ອຍ ບໍ່​ກຸ້ມ​ກິນ ສ້າງ​ບໍ່​ລຸກ​ປຸກ​ບໍ່​ຂຶ້ນ ​ແລະ ອື່ນໆ. ເຊິ່ງຈະ​ເຮັດ​ໃຫ້​ມີ​ອັນ​ຄ້າງ​ຄາ​ຢູ່​ໃນ​ຈິດ​ໃຈ​ຕະຫລອດ​ເວລາ. ສະ​ນັ້ນ, ການ​ເຮັດບຸນ ​ເກິຣຫຈຶ່ງ​ມີ​ລັກສະນະ​ບູຊາທາງ​ຮິດຄອງ​ປະ​ເພນີ.
          ການ​ເຮັດ​ພິທີກຳ​  ຕາມ​ຮິດຄອງ​ປະ​ເພນີ​ ບໍ່​ວ່າ​ຈະ​ເປັນ​ລັກສະນະ​ຄອບຄົວ ຫລື ​ເຮັດ​ແບບ​ລວມໝູ່ ​ເພິ່ນ​ຈະ​ຕັ້ງ​ຫລັກ​ໃສ່​ບ່ອນ​ທີ່​ທຳ​ພິທີກຳ. ຫລັກ​ນີ້​ ແຕ່ລະ​ທ້ອງ​ຖິ່ນແມ່ນ​ເອີ້ນ​ຕ່າງ​ກັນ​ ເຊັ່ນ: ຫລັກ​ຈົຫ, ຫລັກ​ສາງ, ສຸ່ມບູຈ, ຫລັກ​ບູຈ... ​ແຕ່​ທັງ​ໝົດ ລ້ວນ​ແຕ່​ມີ​ຄວາມ​ໝາຍ​ອັນ​ດຽວ​ກັນ​ ຄື: ຫລັກ​ຄ້ຳ ​ຫລັກ​ຄູນຫລັກ​ຄ້ຳ​ຫລັກ​ຄູນ​ດັ່ງກ່າວ​ນີ້​ ປະກອບ​ມີ: ​ເຂົ້າ​ເປືອກ, ​ເຂົ້າສານ, ຫົວ​ເຜືອກ, ຫົວ​ມັນ​ ໜຶ້ງ​ທັງ​ສຸກ ​ແລະ ດິບ, ສາລີ, ໝາກອຶ, ໝາກ​ແຕງ, ໝາກ​ໂຕ່ນ, ໝາກກ້ວຍ, ດິນ,​ ເຟືອງ, ​ເຫງົ້າ​ໄມ້, ຂອນ​ໄມ້​ໃນ​ໄຮ່,​ ເຫລົ້າ​ໄຫ, ຖ້າ​ຫາກ​ຂ້າ​ຄວາຍ​ກໍ່​ຈະຕັດ​ເອົາ​ ຫົວ, ຕີນ, ຫາງ, ໜັງ ທີ່​ຍັງ​ບໍ່​ທັນ​ໄດ້​ຕົ້ມ​ສຸກ,​ ໄຂ່​ໄກ່,​ ໄກ່​ແມ່​ໜຶ່ງ​ໂຕ, ​ໄກ່ຜູ້​ໜຶ່ງ​ໂຕ ທີ່​ຍັງ​ເປັນ, ບາງ​ເຂດ​ແມ່ນ​ເອົາ​ໄກ່​ຕົ້ມ, ພ້າ, ຂວານ, ຫອກ, ງ້າວ, ກ່ຽວ, ​ແວກ, ຈົກ, ສຽມ, ຫີນ​ລັບ​ພ້າ, ກະບຸງ, ກະ​ຢັງ​ຮູດ​ເຂົ້າ, ດົ້ງ,​ ເຂິງ, ຖົງ, ບັ້ງ​ນ້ຳ​ເຕົ້າ, ໝໍ້, ຖ້ວຍ, ບ່ວງ, ຈານ, ຊາມ, ຄຽງ,​ ແຮ້ວ, ລອງ, ໜ້າ​ເກັກ, ປືນ,​ແມນ​ສ້ອນ,​ ໄຊ, ຂັນໝາກ​ເບັງ, ​ເງິນ​ບີ້,​ ເງິນ​ຮາງ,​ ເຄື່ອງ​ຄ້ຳ​ຂອງ​ຄູນ... ພ້ອມ​ທັງ​ອາຫານ​ການ​ກິນ ​ແລະ ດອກໄມ້ຫອນ​ໄກ່ ​ເພື່ອນຳ​ມາ​ປະກອບ​ປະດັບ​ເອ້​ຢ້ອງຫລັກ​ຄ້ຳ​ຫລັກ​ຄູນ​ໃຫ້​ມີ​ສີສັນ​ທີ່​ສວຍ​ງາມ​ຖືກຕ້ອງຕາມ​ຮິດຄອງ​ປະ​ເພນີ​ຂອງ​ເຜົ່າ​ກຶມ​ໝຸ.
          ພໍ​ເຖິງ​ເວລາທຳ​ພິທີ ທຸກ​ຄົນ​ໃນ​ຄອບຄົວ ຍາດຕິ​ພີ່ນ້ອງ​ ຜູ້​ຢູ່​ໃກ້​ຢູ່​ໄກ ​ແຂກ​ທີ່​ຖືກ​ເຊີນ​ ມາ​ເຕົ້າ​ໂຮມ​ນັ່ງ​ອ້ອມ​ພິທີ ​ເຖົ້າ​ແກ່ຜູ້​ທີ່​ເປັນ​ ໝໍ​ມົນ, ໝໍ​​ໂຫນ ກໍ່​ຈະ​ຮຽກ​ກ່າວ​ເຂົ້າ​ສູ່​ພິທີກຳ ດ້ວຍ​ການ​ໄຂ ​ເຫລົ້າ​ໄຫ - ພາຍ​ເຫລົ້າ ( ​ແກັວຫ ບູຈ ) ກ່າວຄຳຄາລະວະອັງເຊີນເທວະດາຟ້າແຖນເຈົ້າມະເຫສັກຫລັກເມືອງ ຜີປ່າ ສັດສາວາສິ່ງ ສິ່ງສັກສິດທັງປວງ ຕະຫລອດເຖິງ ບັນພະບຸລຸດ ພໍ່ແມ່ ປູ່ຍ່າຕາຍາຍ ຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວນັ້ນໃຫ້ຮັບຮູ້ ລົງມາຮັບມາໂຈມ ມາກິນ ຂອງທີ່ທູນຖວາຍ ພ້ອມທັງ ວິ້ງວອນ ຂໍສິ່ງສັກສິດຈົ່ງດົນບັນ
ດານໃຫ້ທຸກຄົນໃນຄອບຄົວ ຍາດພີ່ນ້ອງ ພົບແຕ່ສິ່ງດີໆມີຄວາມສຸກຄວາມຈະເລີນສົມດັ່ງປາດຖະນາທຸກປະ
ການ ທຸກຄົນເວົ້າຕາມ ຜູ້ເປັນເຖົ້າແກ່ຈ້ຳເຂົ້າ ຈ້ຳເຫລົ້າ ແລ້ວກໍ່ຜູກຂໍ່ຕໍ່ແຂນອວຍພອນຊຶ່ງກັນແລະ ກັນ.
          ອີກຮູບ​​ແບບໜຶ່ງ ການທຳພິທີກຳ ຂອງບາງທ້ອງຖິ່ນ ຫລັງຈາກຈ້ຳເຂົ້າ ຈ້ຳເຫລົ້າ ຖວາຍແລ້ວ ຜູ້ເປັນພໍ່ເຮືອນຈະຈັບເອົາໄກ່ແມ່ທີ່ໄດ້ກະກຽມໄວ້ແລ້ວເອົາມີປາດສົບໄກ່ ເອົາເລືອດໄກ່ທາໃສ່ຫົວເຂົ່າທັງສອງເບື້ອງ ຕັ້ງແຕ່ຜູ້ເປັນລູກຫລ້າຈົນຮອດພໍ່ເຮືອນໃນຂະນະທີ່ກຳລັງທາເລືອດໄກ່ຢູ່ນັ້ນ ທຸກຄົນກໍ່ຈະພາກັນ ຮຽກຂວັນ ຂອງ ສະມາຊິກຄອບຄົວໃຫ້ມາຢູ່ເນື້ອຢູ່ຄີງ ໄລ່ເຄາະເຂັນເວນຮ້າຍ ຄວາມອຶດຢາກປາກໝອງ ທີ່ຢູ່ນຳຮ່າງກາຍ
ຄອບຄົວ ວຽກງານໃຫ້ໜີໄປນຳປີເກົ່າເອີ້ນວ່າ ປົດປີເກົ່າ. ຈາກນັ້ນ, ເພິ່ນກໍ່ເອົາໄກ່ຜູ້ມາປາດສົບເອົາເລືອດທາຫົວເຂົ່າຂອງແຕ່ລະຄົນພາຍໃນຄອບຄົວອີກເທື່ອໜຶ່ງ ຄັ້ງນີ້ ເພິ່ນຈະອວຍພອນໃຫ້ສະມາຊິກຄອບຄົວພ້ອມກັນຢູ່ດີມີແຮງພົບແຕ່ຄວາມສຸກຄວາມຈະເລີນສົມດັ່ງປາດຖະໜາ ເອີ້ນວ່າ: ຂຶ້ນປີໃໝ່. ​ເຫດຜົນ ທີ່ເອົາໄກ່ແມ່ສູ່ປົດປີເກົ່າແມ່ນຍ້ອນວ່າໄກ່ແມ່ເປັນເພດທີ່ອ່ອນແອເຮື່ອແຮງບໍ່ຫລາຍເພິ່ນຈຶ່ງເອົາມາສູ່ປົດປີເກົ່າ. ໄກ່ຜູ້ສູ່ຂຶ້ນປີໃໝ່ ຍ້ອນໄກ່ຜູ້ເປັນເພດທີ່ແຂງແຮງ ສາມາດຕໍ່ສູ້ກັບພະຍາດໂຄລາ ນຳພາໃຫ້ຮັບໂຊກໄຊໄດ້ເຂົ້ານ້ຳຊ້ຳປາ ມີສຸຂະພາບເຂັ້ມແຂງຍືນຍາວ ຄ້ຳຄູນຂຶ້ນໃນທຸກໜ້າທີ່ວຽກງານ. ຫລັງຈາກນັ້ນ, ກໍ່ເອົາໄກ່ນັ້ນໄປຕົ້ມໃນຂະນະທີ່ໄກ່ຍັງຕົ້ມຢູ່ນັ້ນ ຢູ່ພິທີເພິ່ນກໍ່ ພາຍເຫລົ້າ-ຖວາຍເຫລົ້າໄຫ, ອາຫານການກິນ,​ ເຫລົ້າ, ຢາ, ເຄື່ອງສົມຂອງຫວານໃຫ້ແກ່ຜີເຮືອນພໍ່ແມ່ ຍາດພີ່ນ້ອງ ບັນພະບຸລຸດ ຜູ້ທີ່ລ່ວງລັບໄປແລ້ວໃຫ້ມາຮັບມາໂຈມມາດື່ມມາກິນ.ຈາກນັ້ນເຈົ້າກົກເຈົ້າເຫລົ່າເຖົ້າແກ່ ຜູ້ອາວຸໂສ ຄົນທີ່ມາຮ່ວມງານກໍ່ພາກັນດື່ມເຫລົ້າໄຫ ກິນເຜືອກ ກິນມັນ ມ່ວນຊື່ນ ຈົນຮອດຍາມໄກ່ຕົ້ມສຸກກໍ່ນຳມາວາງຢູ່ພາຂວັນ ສູ່ຂວັນອວຍພອນໃຫ້ກັນ.
          ​ໃນຂະນະທີ່ກຳລັງຜູກແຂນ ກໍ່ຈະມີສຽງຂັບສຽງເຕີມ, ສຽງຂຸຍ, ປີ່, ແຄນ, ຕີແຊ່ງຄ້ອງບັ້ງ, ກອງແລະ ອື່ນໆ ປະສານສຽງໃສ່ກັນ ຢ່າງມ່ວນຊື່ນລື່ນເລິງ ພ້ອມທັງມີການສະແດງສິລະປະວັນນະຄະດີແຂ່ງຂັນກິລາພື້ນເມືອງ ຕາມຮີດຄອງຂອງເຜົ່າກຶມໝຸ ປະຕິບັດຕາມແນວທາງນະໂຍບາຍຂອງ ພັກ - ລັດຖະບານ ທີ່ໄດ້ວາງອອກດ້ວຍການຫັນປ່ຽນຈາກອາຊີບຖາງປ່າເຮັດໄຮ່ແບເລື່ອນລອຍ ຫັນມາປະກອບອາຊີບອື່ນທົດແທນເພື່ອມີຊີວິດການເປັນຢູ່ທີ່ດີກວ່າເກົ່າ ຄຽງຄູ່ກັບການ ເອົາໃຈໃສ່ອານຸລັກຮັກສາເສີມຂະຫຍາຍຮີດຄອງປະເພນີ ວັດທະນະທຳ ອັນດີງາມ ຂອງເຜົ່າຕົນໃຫ້ມີຄວາມຍືນຍົງຕະຫລອດໄປ.
          ​ເພື່ອສືບຕໍ່ອານຸລັກປົກປັກຮັກສາແລະເສີມຂະຫຍາຍຮີດຄອງປະເພນີອັນດີງາມດັ່ງກ່າວ ປີ 2015 ນີ້ເຜົ່າກຶມໝຸຢູ່ແຂວງອຸດົມໄຊໄດ້ພ້ອມກັນຫ້າງຫາກະກຽມແລະ ຈັດຕັ້ງພິທີງານບຸນນີ້ຂື້ນຢູ່ທີ່ເຮືອນຂອງ ທ່ານ ສີພັນ ສາລິກາ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດມາໃນງານບຸນເກິຣຫຄັ້ງນີ້ ໄດ້ມີບັນດາກິດຈະກຳ ຄື: ຈັດພິທີ​​ຂຶ້ນເຮືອນໃໝ່, ບາສີສູ່ຂວັນ, ມີການສະແດງສິລະປະວັນນະຄະດີພື້ນເມືອງຂອງເຜົ່າກຶມຫມຸໃນທົ່ວແຂວງ
ອຸດົມໄຊ ໂດຍມີ ບັນດາທ່ານການນຳ ພັກ-ລັດແລະ ພໍ່ແມ່ປະຊາຊົນພາຍໃນແຂວງອຸດົມໄຊ, ແຕ່ງແຂວງ ເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ






ຮຽບຮຽງໂດຍ: ດວງຕາ ຣະວາຍ
ໂທ: 2283 8877
ເອກະສານຊ້ອນທ້າຍ
ແຫຼ່ງຂໍ້ມູນ:

1.       ທ່ານ ສຸກສະຫວ່າງ ສີມານະ ນັກຄົ້ນຄວ້າ ວິທະຍາສາດສັງຄົມຊົນເຜົ່າກຶມຫມຸ
2.       ທ່ານ ພັນເອກ ນິລະວົງ ເຈືອງຕະວະລາດ ຫົວໜ້າ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ
3.       ທ່ານ ພັນເອກ ບຸນທອນ ສິດສຸວົງ ຮອງຫົວໜ້າຫ້ອງການ ສູນກາງ
4.       ທ່ານ ດວງ ມະນີຈັນ ອາດີດ ປະທານແນວລາວສ້າງຊາດ ແຂວງຜົ້ງສາລີ
5.       ທ່ານ ຄໍາໄລ ສີປະເສີດ ຫົວໜ້າຫ້ອງວ່າການປົກຄອງແຂວງຫຼວງນໍ້າທາ.
6.       ທ່ານ ຫຸມພັນ ວິທະຍາພອນ ອາດີດ ຮອງອໍານວຍການວິທະຍຸກະຈາຍສຽງແຂວງຫຼວງພະບາງ.
7.       ທ່ານ ດວງຕາ ຣະວາຍ ຫົວໜ້າໜ່ວຍງານບັນນາທິການພາສາກຶມຫມຸ ວິທະຍຸ-ໂທລະພາບແຂວງອຸດົມໄຊ.



Comments

Popular posts from this blog

ປະຫວັດຄວາມເປັນມາຂອງຊົນເຜົ່າກຶມມຸ

ປະຫວັດຄວາມ​ເປັນ​ມາ​ປະ​ເພນີ​ບຸນ​ “ ​ເກິຣຫ ” ​ເຜົ່າ​ກຶມ​ໝຸ